ມູນນິທິເພື່ອແມ່ຍິງແລະເດັກຜູ້ດ້ອຍໂອກາດ (ມຍດກ)

Vulnerable Women & Children Foundation

History

ຄວາມເປັນມາ

ມູນນິທິເພື່ອແມ່ຍິງແລະເດັກຜູ້ດ້ອຍໂອກາດແມ່ນຖືກຫັນປ່ຽນມາຈາກ ສະມາຄົມຊ່ວຍເຫຼືອເດັກຜູ້ດ້ອຍໂອກາດລາວໃນເມື່ອກ່ອນ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນຕັ້ງແຕ່ປີ 1997, ໂດຍອີງຕາມສະພາບການແລະນະໂຍບາຍການພັດທະນາຂອງລັດຖະບານໃນປະຈຸບັນ ຄະນະບໍລິຫານງານຈຶ່ງເຫັນວ່າສົມຄວນມີການຫັນປ່ຽນເພື່ອໃຫ້ເກີດປະໂຫຍດສູງສຸດກັບກຸ່ມຄົນທີ່ຍັງດ້ອຍໂອກາດ ແລະປະເທດຊາດໂດຍລວມ. ດັ່ງນັ້ນ, ສັນຍາລັກຂອງມູນນິທິຈຶ່ງຍັງຄົງຮັກສາສັນຍາລັກເດີມຂອງສະມາຄົມຊ່ວຍເຫຼືອເດັກຜູ້ດ້ອຍໂອກາດລາວ ທີ່ເຫັນວ່າເປັນທີ່ຮູ້ຈັກໂດຍທົ່ວໄປຂອງຄົນໃນສັງຄົມທັງພາຍໃນແລະຕ່າງປະເທດ. ພ້ອມກັນນັ້ນ, ແຫຼ່ງເງິນທຶນໃນເບື້ອງຕົ້ນຂອງມູນນິທິ ກໍ່ແມ່ນເງິນທຶນທີ່ຖືກມອບໂອນມາຈາກສະມາຄົມຊ່ວຍເຫຼືອເດັກຜູ້ດ້ອຍໂອກາດລາວ. ເຊິ່ງປະຈຸບັນ, ມູນນິທິຂອງພວກເຮົາ ໄດ້ຮັບການອະນຸມັດສ້າງຕັ້ງຈາກກະຊວງພາຍໃນຢ່າງເປັນທາງການ ໃນຂໍ້ຕົກລົງສະບັບເລກທີ 17/ພນ, ລົງວັນທີ 10 ມັງກອນ 2014 ສາມາດຈັດຕັ້ງປະຕິບັດກິດຈະກຳໄດ້ໃນຂອບເຂດທົ່ວປະເທດ.

Back ground VWCF before frome Lao assist children vulrable association belong to Ministry of labour and social welfare, Est: 2001.untill 2013 year month 8 date 18. Change to Vulrable Women&Chidren Foundation. Belong to Ministry of Home Affairs